Welcome to IT-Xaychampa College, Base in Vatloung Villege, Paske Distric, Champasek Provice ...............Tel: 031 253 014/E-mail: itxaychampa@yahoo.com/www.it-xccgreen.ueuo.com.......................
 
 
 
 
ຄະນະຜູ້ບໍລິຫານ ວິທະຍາ ໄລອທີ ໄຊຈຳປາ

ທ່ານ ຄຳຜູຍ ພຸ້ຍມະນີ ຜູ້ອຳນວຍການ ວິທະຍາໄລ ໄອທີ ໄຊຈຳປາ

   
   
   
   
   
ວັດຖຸປະສົງ ແລະ ເປົ້າໝາຍໃນການດຳເນີນງານ
  1. ເພື່ອເປັນການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບທາງດ້ານວິຊາການ ແລະ ກໍ່ຄືດ້ານວິຊາສະເພາະ ໂດຍມາດຖານ.
  2. ເພື່ອພັດທະນາໃຫ້ນັກສຶກສາ ມີແນວຄວາມຄິດດ້ານທຸລະກິດ-ດ້ານການສ້າງລາຍໄດ້ ເຂົ້າງົບປະມານຂອງຊາດ ແລະ ມີແນວຄວາມຄິດຮັກຊາດ-ຮັກດ້ານທຳມະຊາດ ແລະ ມີແນວຄິດເປັນເຈົ້າການ-ກຸ້ມຕົນເອງ.
  3. ເພື່ອພັດທະນາໃຫ້ນັກສຶກສາມີຄວາມຮູ້-ສາມາດໃຊ້ໃນການເປັນຜູ້ບໍລິຫານດ້ານ: ທຸລະກິດ, ເສດຖະກິດ, ໄອທີ ການເງິນ, ການບັນຊີ, ຫ້ອງການ, ອົງການ, ໆລໆ...
 
ປະຫວັດຄວາມເປັນມາຂອງ ວິທະຍາໄລ ໄອທີ ໄຊຈຳປາ
  • ວິທະຍາໄລ ໄອທີ ໄຊຈຳປາ ຕັ້ງຢູ່ເຂດເທດສະບານເມືອງປາກເຊ ແຂວງຈຳປາສັກ ວິທະຍາໄລ ໄອທີ ໄຊຈຳປາ ເປັນໂຮງຮຽນເອກະຊົນແຫ່ງທຳອິດ ຢູ່ໃນແຂວງ ຈຳປາສັກ ແລະ ຢູ່ໃນ 4 ແຂວງພາກໃຕ້ ທີ່ໄດ້ຮັບການອະນຸຍາດໃຫ້ສ້າງຕັ້ງ-ຮັບຮອງຫຼັກສູດ ແລະ ປະກາສະນີຍະບັດຈາກະຊວງສຶກສາທິການຢ່າງເປັນທາງການ ສະບັບເລກທີ 1109/ສສ.ອຊ/2003 ແລະ ລົງວັນທີ 03/11/2003, ແລະ ສະບັບເລກທີ 0888/ອສ/2003 ແລະ ລົງວັນທີ 17/06/2003 ວິທະຍາໄລ ໄອທີ ໄຊຈຳປາ ແມ່ນມີມາດຖານລັກສູດຂອງກະຊວງ ສຶກສາທິການຂອງ ສປປລາວ ແລະ ທຽບເທົ່າກັບສາກົນ ສາມາດເຊື່ອມຕໍ່ ແລະ ຕໍ່ເນື່ອງເຂົ້າສຶກສາລະດັບປະຣິນຍາຕີ ຫຼື ໂທ ໄດ້ຢ່າງມາດຖານ ຫຼັກສູດແມ່ນເນັ້ນໃສ່ຄຸນະພາບຂອງການສຶກສາ ໃນດ້ານທິດສະດີທີ່ສາມາດນຳໄປປະຕິບັດໃນຕົວຈິງໄດ້ ຢ່າງມີປະສິດທິຜົນ ແລະ ປະສິດທິພາບໃຫ້ສູງທີ່ສຸດ.
  • ລະບົບການສຶກສາຂອງວິທະຍາໄລ ໄອທີ ໄຊຈຳປາ ແມ່ນເນັ້ນໃສ່ “ຄຸນະພາບ” ແລະ ພາກປະຕິບັດຕົວຈິງເປັນຕົ້ນຕໍ ເພື່ອກຽມບຸກຄະລາກອນທີ່ມີຄຸນະພາບ-ມາດຖານທຽບເທົ່າກັບພາຍໃນ ແລະ ໃກ້ຄຽງກັບສາກົນ ມາດຖາດປະກາສະນີຍະບັດແມ່ນ 4 ໃນ 1 ເຊີ່ງເປັນມາດຖານຂອງວິທະຍາໄລ ໄອທີ ໄຊຈຳປາ ທີ່ມີພຽງແຫ່ງດຽວໃນ ສປປ ລາວໂດຍມີ ມາດຖານທຽບເທົ່າກັບສາກົນ 4 ໃນ 1 ແມ່ນຕ້ອງຮຽນຮູ້ມີໝວດວິຊາ ການບໍລິຫານການບັນຊີ, ຄອມພີວເຕີ-ໄອທີ ແລະ ພາສາອັງກິດໄດ້ໂດຍດີ ເຊີ່ງການສຶກສາດັ່ງກ່າວແມ່ນໃຊ້ໄລຍະເວລາໃນການຮຽນ 2-3 ປີ ສຳລັບຊັ້ນສູງ ແລະ 4-5 ປີ ແມ່ນ ປະຣິນຍາຕີ ເຊີ່ງລວມມີ 2 ລະບົບ (ພາກປົກະຕິ ແລະ ພາກຄຳ) ພາກປົກະຕິເລີ່ມແຕ່ 08 ໂມງ-16 ໂມງ ,ພາກຄ່ຳ ເລີ່ມແຕ່ 17:00 ໂມງ - 20:30 ໂມງ ແລະ ພາກເສົາ-ທິດ (ສຳລັບພະນັກງານທີ່ມາຍົກລະດັບວິຊາສະເພາະ).
 
 
 
 
 
Forum    

 

Free Web Hosting